7 ຢ່າງທີ່ຂັດຂວາງຄວາມສຳເລັດ

7 ຢ່າງທີ່ຂັດຂວາງຄວາມສຳເລັດ (ຖ້າຍັງເຮັດຢູ່... ເປົ້າໝາຍກໍເປັນໄດ້ແຄຝັນ)


7 ຢ່າງທີ່ຂັດຂວາງຄວາມສຳເລັດ (ຖ້າຍັງເຮັດຢູ່... ເປົ້າໝາຍກໍເປັນໄດ້ແຄຝັນ)

"ບາງຄັ້ງ ສິ່ງທີ່ເຮັດໃຫ້ເຮົາບໍ່ໄປຮອດໃສ ບໍ່ແມ່ນຍ້ອນເຮົາ 'ບໍ່ເກັ່ງ' ຫຼື 'ບໍ່ມີໂອກາດ'... ແຕ່ມັນຄື 'ນິໄສເລັກໆ ນ້ອຍໆ' ທີ່ເຮົາເຮັດຢູ່ທຸກມື້ໂດຍບໍ່ຮູ້ໂຕ. ນິໄສເຫຼົ່ານີ້ປຽບເໝືອນສະໝໍເຮືອທີ່ດຶງເຮົາໄວ້ບໍ່ໃຫ້ກ້າວໜ້າ. ມາເຊັກກັນເບິ່ງວ່າ ເຈົ້າມີນິໄສ 7 ຢ່າງນີ້ຈັກຂໍ້?"

1. ເລື່ອນມຶ້ເລື່ອນວັນ (Procrastination)

ຄຳວ່າ "ໄວ້ມຶ້ໜ້າຈຶ່ງເຮັດ" ຄືເພັດຊະຄາດທີ່ຂ້າຄວາມຝັນໄດ້ດີທີ່ສຸດ. ຄົນສ່ວນໃຫຍ່ຖ້າໃຫ້ "ພ້ອມ" ຈຶ່ງຈະເຮັດ, ແຕ່ຄວາມຈິງຄື ຄວາມພ້ອມທີ່ແທ້ຈິງຈະເກີດຂຶ້ນຫຼັງຈາກທີ່ເຮົາ "ລົງມືເຮັດ" ໄປແລ້ວເທົ່ານັ້ນ.

2. ເສບຕິດ Safe Zone / Comfort Zone

ການຢູ່ໃນຈຸດທີ່ສະບາຍ, ບໍ່ມີຄວາມສ່ຽງ ມັນຮູ້ສຶກປອດໄພ... ແຕ່ມັນບໍ່ມີການເຕີບໂຕ. ຖ້າເຈົ້າຢາກໄດ້ "ຜົນລັບໃໝ່" ໃນຊີວິດ ເຈົ້າຕ້ອງກ້າເຮັດ "ສິ່ງໃໝ່" ທີ່ບໍ່ເຄີຍເຮັດ.

3. ແຄຣ໌ສາຍຕາຄົນອື່ນ ຫຼາຍກວ່າຄວາມຝັນໂຕເອງ

ຢາກເລີ່ມເຮັດທຸລະກິດ, ຢາກສ້າງຄອນເທັນ, ຢາກຮຽນຮູ້ສິ່ງໃໝ່... ແຕ່ກໍຢ້ານຄົນອື່ນເວົ້າຂວັນ, ຢ້ານຄົນອື່ນເບິ່ງບໍ່ດີ. ຈື່ໄວ້ວ່າ: ຄົນທີ່ເວົ້າຂວັນເຈົ້າ ບໍ່ໄດ້ມາຈ່າຍຄ່າຫ້ອງ ຫຼື ວາງແຜນອະນາຄົດໃຫ້ເຈົ້າ.

4. ຢ້ານຄວາມລົ້ມເຫຼວ ຈົນບໍ່ກ້າເລີ່ມຕົ້ນ

ກາຍເປັນຄົນທີ່ "ຄິດຫຼາຍ ແຕ່ເຮັດໜ້ອຍ" (Overthinking). ວາງແຜນທຸກຢ່າງໄວ້ດີເລີດ ແຕ່ສຸດທ້າຍກໍພັບໂຄງການໄປ ເພາະມົວແຕ່ກັງວົນກັບບັນຫາທີ່ຍັງບໍ່ທັນເກີດຂຶ້ນ.

5. ໂຍນຄວາມຜິດໃຫ້ສິ່ງອື່ນ (Victim Mindset)

ພໍມີອັນຜິດພາດມາ ກໍໂທດເສດຖະກິດ, ໂທດໂຊກຊະຕາ, ໂທດຫົວໜ້າ, ຫຼື ໂທດຄອບຄົວ. ຄົນທີ່ຈະສຳເລັດ ຈະເບິ່ງວ່າ "ໃນສະຖານະການແບບນີ້ ໂຕເຮົາເອງຈະເຮັດຫຍັງໄດ້ແດ່ເພື່ອໃຫ້ມັນດີຂຶ້ນ".

6. ຂາດຄວາມສະໝໍ່າສະເໝີ (ຈຸດໄຟງ່າຍ ແຕ່ມອດໄວ)

ມີໄຟແຮງແຄ່ 2-3 ມື້ທຳອິດ ຫຼັງຈາກນັ້ນກໍຖ້ອຍ. ຄວາມສຳເລັດບໍ່ໄດ້ວັດກັນທີ່ວ່າໃຜ "ແລ່ນໄວ" ທີ່ສຸດໃນມື້ທຳອິດ ແຕ່ວັດກັນທີ່ວ່າໃຜ "ຍັງແລ່ນຢູ່" ໃນວັນທີ່ທຸກຢ່າງມັນຍາກ.

7. ຢຸດພັດທະນາໂຕເອງ (ຄິດວ່າໂຕເອງຮູ້ໝົດແລ້ວ)

ການເປັນນໍ້າເຕັມຈອກ ບໍ່ຍອມຮັບຟັງສິ່ງໃໝ່ໆ, ບໍ່ອ່ານໜັງສື, ບໍ່ອັບເດດທັກສະ ເພາະຄິດວ່າປະສົບການເກົ່າໆ ຈະໃຊ້ໄດ້ຕະຫຼອດໄປ. ໃນຍຸກທີ່ໂລກປ່ຽນໄວແບບນີ້ ຖ້າເຈົ້າຢູ່ບ່ອນເກົ່າ ກໍເທົ່າກັບເຈົ້າກຳລັງຖອຍຫຼັງ.


"ການປ່ຽນແປງຊີວິດ ບໍ່ຈຳເປັນຕ້ອງເລີ່ມຈາກສິ່ງໃຫຍ່ໂຕ... ແຄ່ລອງ 'ຕັດ' ນິໄສທີ່ຂັດຂວາງເຫຼົ່ານີ້ອອກໄປເທື່ອລະຂໍ້. ເມື່ອຕົວຖ່ວງໜ້ອຍລົງ ຊີວິດເຈົ້າກໍຈະກ້າວໄປຂ້າງໜ້າໄດ້ໄວຂຶ້ນ."


💬 "ອ່ານແລ້ວມີຂໍ້ໃດແດ່ທີ່ກົງກັບໂຕເອງທີ່ສຸດ? (ຂ້ອຍຍອມຮັບເລີຍວ່າຂໍ້ 1 ເຮັດດຸທີ່ສຸດ 😅) ລອງຄອມເມັ້ນມາສາລະພາບກັນແດ່👇"

#ພັດທະນາຕົນເອງ #ແນວຄິດຄວາມສຳເລັດ #ປ່ຽນແປງຕົວເອງ #HabitsForSuccess
ใหม่กว่า เก่ากว่า